MVIIZ

ຂໍ້ມູນລາຍລະອຽດ

MVIIZ ເປັນເກີລກຣຸບນ້ອງໃໝ່ຂອງລາວ ທີ່ເດບິວພາຍໃຕ້ສັງກັດ Miracle Music ປະກອບດ້ວຍສະມາຊິກ 7 ຄົນ ແລະ ມີຜົນງານເພງທຳອິດຊື່ Gen Z ເຊິ່ງໄດ້ຮັບຄວາມນິຍົມຢ່າງວ່ອງໄວ ມີຜູ້ຕິດຕາມຫຼາຍກວ່າ 200,000 ຄົນພາຍໃນເວລາບໍ່ດົນ ແລະ ມີຍອດວິວສູງເຖິງ 100,000 ວິວໃນອາທິດທຳອິດທີ່ປ່ອຍເພງ. ພວກເຂົາມຸ່ງເນັ້ນການສ້າງແຮງບັນດານໃຈໃຫ້ກັບໄວໜຸ່ມຜ່ານເນື້ອເພງທີ່ເຂົ້າກັບຊີວິດປະຈຳວັນ ແລະ ເປັນກຸ່ມສິລະປິນທີ່ສ້າງປາກົດການໃໝ່ໃນວົງການ L-POP.